ເງິນຝາກ

ບັນຊີເງິນຝາກປະຢັດ

ສ້າງເງິນຂອງທ່ານໃຫ້ເກີດດອກອອກຜົນ ດ້ວຍການຝາກເງິນກັບທະນາຄານແຄນນາເດຍ ລາວ ຈຳກັດ. ບັນຊີຝາກປະຢັດຂອງພວກເຮົາແມ່ນ ງ່າຍຕໍ່ການເປີດ ແລະ ຈັດການບໍລິຫານ ຍ້ອນວ່າມີຍອດຄົງເຫຼືອຕ່ຳ ເຊິ່ງງ່າຍດາຍຕໍ່ການລິເລີ່ມ ແລະ ສ້າງຂຶ້ນຕາມຄວາມຕ້ອງການ.

ບັນຊີເງິນຝາກກະແສລາຍວັນ

ສ້າງຄວາມສະດວກສະບາຍ ເປັນທີ່ໄວ້ວາງໃຈສໍາລັບການບໍລິຫານເງິນສົດຂອງທ່ານໃນແຕ່ລະມື້, ບໍ່ວ່າຈະເປັນ ທຸລະກິດສ່ວນຕົວ, ບໍລິສັດ ຫຼື ໂຄງການຕ່າງໆ. ທຸກການເຄື່ອນໄຫວພາຍໃນບັນຊີຂອງທ່ານສາມາດຄວມຄຸມໄດ້ຢ່າງວ່ອງໄວທັນໃຈ ແລະ ຖືກຕ້ອງຊັດເຈນ ເຊິ່ງເຮັດໃຫ້ທ່ານຮູ້ສຶກວ່າທ່ານໄດ້ດູແລກິດຈະການຂອງທ່ານຕະຫຼອດເວລາ. ທະນາຄານແຄນນາເດຍ ລາວຈຳກັດອອກແບບບັນຊີນີ້ຂຶ້ນມາເພື່ອຕອບສະໜອງຄວາມຕ້ອງການຂອງທ່ານດ້ວຍຄວາມປອດໄພ, ວ່ອງໄວ ແລະ ໝັ້ນໃຈໃນການໃຊ້ບໍລິການທຸກຂັ້ນຕອນ.

ບັນຊີເງິນຝາກມີກໍານົດ

ຝາກເງິນກັບທະນາຄານ ແຄນນາເດຍ ລາວ ຈຳກັດຂອງພວກເຮົາທ່ານຈະໄດ້ຮັບຄວາມປອດໄພສູງ ແລະ ຄວາມເຊື່ອຖື ດ້ວຍຄວາມອຸ່ນໃຈພ້ອມກັບອັດຕາດອກເບ້ຍທີ່ເໝາະສົມທີ່ສຸດ. ທ່ານຈະໄດ້ຮັບດອກເບ້ຍໃນອັດຕາທີ່ສູງກວ່າ ດ້ວຍການຝາກ ເງິນກີບ, ເງິນບາດ ຫຼື ເງິນໂດລາສະຫະລັດ ແລະ ທ່ານກໍສາມາດເລືອກໄດ້ວ່າທ່ານຈະຮັບດອກເບ້ຍເປັນລາຍເດືອນ ຫຼື ຈົນກວ່າຈະຮອດກຳນົດ.

ບັນຊີບຳນານ

ເພື່ອເຂົ້າຮ່ວມໃນການພັດທະນາເສດຖະກິດຂອງ ສປປ ລາວ ແລະ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ກັບການເກັບມ້ຽນເງິນສົດ, ບັນຊີບຳນານ ແມ່ນໄດ້ສ້າງຂຶ້ນມາສຳລັບບຸກຄົນທົ່ວໄປທີ່ຕ້ອງການຝາກເງິນສະສົມໄວ້ ແລະ ເສີມຂະຫຍາຍຕົວເອງຂຶ້ນເລື້ອຍໆຈົນກວ່າອາຍຸເຖົ້າແກ່. ທາງທະນາຄານຈະບໍລິການທ່ານໃນການບຳລຸງຮັກສາ, ຈັດການ ແລະ ຈັດກຽມ ທຶນຮອນຝາກໄວ້ໃນບັນຊີໂດຍຕົວທ່ານເອງ ຫຼື ບຸກຄົນທີ່ສາມ.

ບັນຊີເງິນຝາກສະສົມສຳລັບເດັກນ້ອຍ

ສຳລັບທ່ານທີ່ເປັນພໍ່ເປັນແມ່ແລ້ວ, ພວກເຮົາຮູ້ດີວ່າມັນບໍ່ມີຄຳວ່າໄວເກີນໄປສຳລັບການເລີ່ມຕົ້ນສະສົມເງິນເພື່ອອະນາຄົດລູກ-ຫຼານຂອງທ່ານ. ທະນາຄານ ແຄນນາເດຍ ລາວ ຈຳກັດ ໄດ້ອອກແບບບັນຊີເງິນຝາກສະສົມສຳລັບເດັກນ້ອຍນີ້ຂຶ້ນມາ ເພື່ອຊ່ວຍທຸກທ່ານໃນການເກັບທ້ອນທຶນຮອນຈຳນວນໃດໜຶ່ງສຳລັບອະນາຄົດລູກ-ຫຼານຂອງທ່ານໂດຍສະເພາະ. ເງິນທີ່ຖືກສະສົມໃນບັນຊີນີ້, ຈະຖືກເກັບຮັກສາໄວ້ຢ່າງປອດໄພຈົນກວ່າລູກ-ຫຼານຂອງທ່ານມີອາຍຸຄົບ 18 ປີ.

 

Canadia Bank Lao Ltd. Heaf Office
ທະນາຄານ ແຄນນາເດຍລາວ ຈໍາກັດ.

ໜ່ວຍ 7, ຖະໜົນປາງຄໍາ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ. ລະຫັດ SWIFT: CADILALA ໂທລະສັບ: (+856)-21 227 999

ເພີ່ມເຕີມ »

 
Canadia Bank Plc. Head Office
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia. contact@canadiabank.com.kh

ເພີ່ມເຕີມ »

 

ໃຫ້ໄດ້ຮັບການຍອມຮັບວ່າເປັນທະນາຄານທີ່ດີທີ່ສຸດໃນປະເທດລາວ.

ເປັນຄູ່ຮ່ວມງານທີ່ດີທີ່ສຸດກັບລູກຄ້າ ແລະ ພະນັກງານຂອງພວກເຮົາ ໂດຍໃຊ້ປະໂຫຍດຈາກບຸກຄະລາກອນ, ເຕັກໂນໂລຊີແລະ ການສົ່ງມອບບໍລິການຂອງພວກເຮົາ.

ພວກເຮົາຈະເລີນເຕີບໂຕໃນສະພາບແວດລ້ອມທີ່ເປີດກວ້າງຊຶ່ງເຫັນຄຸນຄ່າຂອງຈິດວິນຍານຂອງນະວັດຕະກຳ, ຄວາມກ້າວໜ້າ ແລະ ການປ່ຽນແປງ, ໃນຂະນະດຽວກັນກໍຍອມຮັບ ຄ່ານິຍົມຫຼັກຂອງຄວາມໄວ້ວາງໃຈ, ຄວາມເປັນເຈົ້າຂອງ ແລະ ການຂັບເຄື່ອນຢ່າງມີປະສິດທິພາບ.