ເພື່ອເຂົ້າຮ່ວມໃນການພັດທະນາເສດຖະກິດຂອງ ສປປ ລາວ ແລະ ເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ກັບການເກັບມ້ຽນເງິນສົດ, ບັນຊີບຳນານ ແມ່ນໄດ້ສ້າງຂຶ້ນມາສຳລັບບຸກຄົນທົ່ວໄປທີ່ຕ້ອງການຝາກເງິນສະສົມໄວ້ ແລະ ເສີມຂະຫຍາຍຕົວເອງຂຶ້ນເລື້ອຍໆຈົນກວ່າອາຍຸເຖົ້າແກ່. ທາງທະນາຄານຈະບໍລິການທ່ານໃນການບຳລຸງຮັກສາ, ຈັດການ ແລະ ຈັດກຽມ ທຶນຮອນຝາກໄວ້ໃນບັນຊີໂດຍຕົວທ່ານເອງ ຫຼື ບຸກຄົນທີ່ສາມ.
ຜົນປະໂຫຍດທີ່ທ່ານຈະໄດ້ຮັບ
- ຄຽງຄູ່ກັບຄວາມປອດໄພ ແລະ ຜົນປະໂຫຍດສູງຫຼັງຈາກບຳນານແລ້ວ, ທ່ານຍັງໄດ້ຮັບດອກເບ້ຍທີ່ສູງກວ່າບັນຊີເງິນຝາກປະຢັດປົກກະຕິ. ເປັນການກະກຽມຄວາມພ້ອມເພື່ອການເປັນຢູ່ທີ່ດີກວ່າຍາມທ່ານຮອດອາຍຸກະສຽນເຂົ້າບໍານານ. ພ້ອມທັງມີໂອກາດທີ່ຈະໄດ້ນຳໃຊ້ຜະລິດຕະພັນ ຫຼື ບໍລິການຕ່າງໆຂອງທະນາຄານ ແຄນນາເດຍ ລາວ ຈຳກັດ ຂອງພວກເຮົາ. ການຄິດໄລ່ດອກເບ້ຍແມ່ນເປັນລາຍວັນ ແລະ ຈະໄດ້ຮັບເຂົ້າໃນບັນຊີຂອງທ່ານໂດຍອັດຕະໂນມັດໃນວັນທີ 25 ເດືອນ 12 ຂອງທຸກໆປີ. ທ່ານຈະໄດ້ຮັບສິດທິພິເສດໃນການຖອນເງິນເມື່ອຮອດອາຍຸກະສຽນເຂົ້າບໍານານຊຶ່ງອີງຕາມກົດໝາຍວ່າດ້ວຍແຮງງານຂອງ ສປປ ລາວ.
ຄຸນລັກສະນະຂອງບັນຊີ
- ທ່ານສາມາດຝາກໃນສະກຸນເງິນ ກີບ ຫຼື ໂດລາ;
- ທ່ານຈະໄດ້ຮັບດອກເບ້ຍທີ່ສູງກວ່າ;
- ການຄິດໄລ່ດອກເບ້ຍເປັນລາຍວັນ ແລະ ຈະໄດ້ຮັບເຂົ້າບັນຊີໂດຍອັດຕະໂນມັດໃນວັນທີ 25 ເດືອນ 12 ຂອງທຸກໆປີ;
- ທ່ານຈະໄດ້ຮັບປຶ້ມບັນຊີຟຣີ ເພື່ອບັນທຶກການເຄື່ຶອນໄຫວຕ່າງໆຂອງບັນຊີ;
- ເງິນຝາກຂອງທ່ານຈະຖືກສະສົມໄວ້ຈົນກວ່າທ່ານມີອາຍຸຄົບ 60 ປີ.
| ສະກຸນເງິນ |
ກີບ |
ບາດ |
ໂລດາ |
| ຫຼາຍກວ່າ 60 ເດືອນຂື້ນໄປ ອັດຕາດອກເບ້ຍ (ຕໍ່ປີ) |
5,59% |
N/A |
4,00% |
ເງື່ອນໄຂໃນການນຳໃຊ້ບໍລິການ
- ເໝາະສົມສຳລັບບຸກຄົນທົ່ວໄປທີ່ມີອາຍຸແຕ່ 18 ຫາ 60 ປີ;
- ຈຳນວນເງິນຝາກເບື້ອງຕົ້ນແມ່ນ 100.000 ກີບ ຫຼື 10 ໂດລາ.
ເອກະສານທີ່ຕ້ອງການສຳລັບລູກຄ້າບຸກຄົນ
- ສຳລັບພົນລະເມືອງລາວ: ບັດປະຈຳຕົວ, ປື້ມສຳມະໂນຄົວ, ໜັງສືຜ່ານແດນ (06 ເດືອນຂຶ້ນໄປ);
- ສຳລັບພົນລະເມືອງລາວທີ່ບໍ່ຕັ້ງພູມລຳເນົາຢູ່ລາວທ່ານຕ້ອງມີໜັງສືຜ່ານແດນ (06 ເດືອນຂຶ້ນໄປ) ແລະ ເປີດບັນຊີຮ່ວມກັບບຸກຄົນທີ່ຕັ້ງພູມລຳເນົາຖາວອນຢູ່ລາວທີ່ມີມີເອກະສານຢັ້ງຢືນຖືກຕ້ອງຕາມກົດໝາຍ;
- ສຳລັບຄົນຕ່າງປະເທດ: ໜັງສືຜ່ານແດນ (06 ເດືອນຂຶ້ນໄປ), ວີຊ້າ, ໃບອະນຸຍາດເຮັດວຽກ, ໃບອະນຸຍາດພັກເຊົາ ຫລື ເອກະສານທີ່ອາໄສຢູ່ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນຈາກອຳນາດການປົກຄອງ.