ບັນຊີເງິນຝາກສະສົມສຳລັບເດັກນ້ອຍ

ສຳລັບທ່ານທີ່ເປັນພໍ່ເປັນແມ່ແລ້ວ, ພວກເຮົາຮູ້ດີວ່າມັນບໍ່ມີຄຳວ່າໄວເກີນໄປສຳລັບການເລີ່ມຕົ້ນສະສົມເງິນເພື່ອອະນາຄົດລູກ-ຫຼານຂອງທ່ານ. ທະນາຄານ ແຄນນາເດຍ ລາວ ຈຳກັດ ໄດ້ອອກແບບບັນຊີເງິນຝາກສະສົມສຳລັບເດັກນ້ອຍນີ້ຂຶ້ນມາ ເພື່ອຊ່ວຍທຸກທ່ານໃນການເກັບທ້ອນທຶນຮອນຈຳນວນໃດໜຶ່ງສຳລັບອະນາຄົດລູກ-ຫຼານຂອງທ່ານໂດຍສະເພາະ. ເງິນທີ່ຖືກສະສົມໃນບັນຊີນີ້, ຈະຖືກເກັບຮັກສາໄວ້ຢ່າງປອດໄພຈົນກວ່າລູກ-ຫຼານຂອງທ່ານມີອາຍຸຄົບ 18 ປີ.

ຜົນປະໂຫຍດທີ່ທ່ານຈະໄດ້ຮັບ

ສະສົມເງິນໃຫ້ແກ່ລູກ-ຫຼານຂອງທ່ານໃນມື້ນີ້, ເພື່ອອະນາຄົດທີ່ປະສົບຜົນສຳເລັດຂອງພວກເຂົາເຈົ້າໃນມື້ໜ້າ. ເມື່ອພວກເຂົາເຈົ້າເຕີບໃຫຍ່ຂຶ້ນມາ, ພວກເຂົາເຈົ້າກໍຈະສາມາດນຳໃຊ້ເງິນສະສົມຈຳນວນນີ້ຕໍ່ຍອດການສຶກສາໃຫ້ສູງຂຶ້ນ ຫຼື ເອົາໄປດຳເນີນທຸລະກິດໃດໜຶ່ງກໍໄດ້.

ຄຸນລັກສະນະຂອງບັນຊີ

  • ທ່ານສາມາດຝາກເປັນສະກຸນເງິນກີບ ຫຼື ເງິນໂດລາສະຫະລັດ;
  • ທ່ານຈະໄດ້ຮັບດອກເບ້ຍທີ່ສູງກວ່າ;
  • ຄິດໄລ່ດອກເບ້ຍເປັນລາຍວັນ ແລະ ຈະໄດ້ຮັບເຂົ້າບັນຊີໃນວັນທີ 25 ເດືອນ 12 ຂອງທຸກໆປີ;
  • ທ່ານຈະໄດ້ຮັບປຶ້ມບັນຊີເງິນຝາກຟຣີ ເພື່ອບັນທຶກທຸກການເຄື່ຶອນໄຫວຂອງບັນຊີ;
  • ເງິນຝາກຂອງທ່ານຈະຖືກສະສົມໄວ້ຈົນກວ່າລູກ-ຫຼານຂອງທ່ານມີອາຍຸຄົບ 18 ປີ.
ສະກຸນເງິນ ກີບ ບາດ ໂລດາ
ຫຼາຍກວ່າ 12 ເດືອນຂື້ນໄປ ອັດຕາດອກເບ້ຍ (ຕໍ່ປີ) 5,59% N/A 4,00%

ເງື່ອນໄຂຂອງການນຳໃຊ້ບໍລິການ

  • ເໝາະສົມສຳລັບເດັກນ້ອຍທີ່ມີອາຍຸ 13 ປີລົງມາ;
  • ທ່ານທີ່ເປັນ ພໍ່ແມ່, ປູ່ຍ່າ, ພໍ່ຕູ້ແມ່ຕູ້, ລຸງປ້າ, ນ້າອາກໍ່ສາມາດຝາກສະສົມທຶນຮອນແກ່ ລູກ-ຫຼານ ຂອງທ່ານໄດ້;
  • ເໝາະສົມສະລັບຜູ້ປົກຄອງທີ່ເປັນພົນລະເມືອງລາວ ຫຼື ຄົນຕ່າງປະເທດ.

ເອກະສານທີ່ຕ້ອງການ

  1. ສຳລັບເດັກນ້ອຍ: ໃບແຈ້ງເກີດ (ໃນກໍລະນີເດັກນ້ອຍບໍ່ທັນເຂົ້າສຳມະໂນຄົວ);
  2. ສຳລັບທ່ານທີ່ເປັນ ພໍ່ແມ່ ຫຼື ຜູ້ປົກຄອງ:
  • ສຳລັບພົນລະເມືອງລາວ: ບັດປະຈຳຕົວ, ປື້ມສຳມະໂນຄົວ, ຫນັງສືຜ່ານແດນ (06 ເດືອນຂຶ້ນໄປ);
  • ສຳລັບພົນລະເມືອງລາວທີ່ບໍ່ຕັ້ງພູມລຳເນົາຢູ່ລາວທ່ານຕ້ອງມີໜັງສືຜ່ານແດນ (06 ເດືອນຂຶ້ນໄປ) ແລະ ເປີດບັນຊີຮ່ວມກັບບຸກຄົນທີ່ຕັ້ງພູມລຳເນົາຖາວອນຢູ່ລາວທີ່ມີມີເອກະສານຢັ້ງຢືນຖືກຕ້ອງຕາມກົດໝາຍ;
  • ສຳລັບຄົນຕ່າງປະເທດ: ໜັງສືຜ່ານແດນ (06 ເດືອນຂຶ້ນໄປ), ວີຊ້າ, ໃບອະນຸຍາດເຮັດວຽກ, ໃບອະນຸຍາດພັກເຊົາ ຫລື ເອກະສານທີ່ອາໄສຢູ່ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນຈາກອຳນາດການປົກຄອງ;
  • ຈຳນວນເງິນຝາກເບື້ອງຕົ້ນ ແມ່ນ 100.000 ກີບ ຫຼື 10 ໂດລາ.

 

Canadia Bank Lao Ltd. Heaf Office
ທະນາຄານ ແຄນນາເດຍລາວ ຈໍາກັດ.

ໜ່ວຍ 7, ຖະໜົນປາງຄໍາ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ. ລະຫັດ SWIFT: CADILALA ໂທລະສັບ: (+856)-21 227 999

ເພີ່ມເຕີມ »

 
Canadia Bank Plc. Head Office
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia. contact@canadiabank.com.kh

ເພີ່ມເຕີມ »

 

ໃຫ້ໄດ້ຮັບການຍອມຮັບວ່າເປັນທະນາຄານທີ່ດີທີ່ສຸດໃນປະເທດລາວ.

ເປັນຄູ່ຮ່ວມງານທີ່ດີທີ່ສຸດກັບລູກຄ້າ ແລະ ພະນັກງານຂອງພວກເຮົາ ໂດຍໃຊ້ປະໂຫຍດຈາກບຸກຄະລາກອນ, ເຕັກໂນໂລຊີແລະ ການສົ່ງມອບບໍລິການຂອງພວກເຮົາ.

ພວກເຮົາຈະເລີນເຕີບໂຕໃນສະພາບແວດລ້ອມທີ່ເປີດກວ້າງຊຶ່ງເຫັນຄຸນຄ່າຂອງຈິດວິນຍານຂອງນະວັດຕະກຳ, ຄວາມກ້າວໜ້າ ແລະ ການປ່ຽນແປງ, ໃນຂະນະດຽວກັນກໍຍອມຮັບ ຄ່ານິຍົມຫຼັກຂອງຄວາມໄວ້ວາງໃຈ, ຄວາມເປັນເຈົ້າຂອງ ແລະ ການຂັບເຄື່ອນຢ່າງມີປະສິດທິພາບ.