ບັນຊີເງິນຝາກກະແສລາຍວັນ

ສ້າງຄວາມສະດວກສະບາຍ ເປັນທີ່ໄວ້ວາງໃຈສໍາລັບການບໍລິຫານເງິນສົດຂອງທ່ານໃນແຕ່ລະມື້, ບໍ່ວ່າຈະເປັນ ທຸລະກິດສ່ວນຕົວ, ບໍລິສັດ ຫຼື ໂຄງການຕ່າງໆ. ທຸກການເຄື່ອນໄຫວພາຍໃນບັນຊີຂອງທ່ານສາມາດຄວມຄຸມໄດ້ຢ່າງວ່ອງໄວທັນໃຈ ແລະ ຖືກຕ້ອງຊັດເຈນ ເຊິ່ງເຮັດໃຫ້ທ່ານຮູ້ສຶກວ່າທ່ານໄດ້ດູແລກິດຈະການຂອງທ່ານຕະຫຼອດເວລາ. ທະນາຄານແຄນນາເດຍ ລາວຈຳກັດອອກແບບບັນຊີນີ້ຂຶ້ນມາເພື່ອຕອບສະໜອງຄວາມຕ້ອງການຂອງທ່ານດ້ວຍຄວາມປອດໄພ, ວ່ອງໄວ ແລະ ໝັ້ນໃຈໃນການໃຊ້ບໍລິການທຸກຂັ້ນຕອນ.

ຜົນປະໂຫຍດທີ່ທ່ານຈະໄດ້ຮັບ

ບັນຊີເງິນຝາກກະແສລາຍວັນຂອງທະນາຄານ ແຄນນາເດຍ ລາວ ຈຳກັດ ສາມາດເປີດໄດ້ 3 ສະກຸນເງິນຄື: ລາວກີບ, ໄທບາດ ແລະ ໂດລາສະຫະລັດ. ທ່ານສາມາດສັ່ງເບີກ-ຈ່າຍເປັນແຊັກແທນເງິນສົດໄດ້ຢ່າງງ່າຍດາຍດ້ວຍການບໍລິການທີ່ວ່ອງໄວ ແລະ ປອດໄພທີ່ສຸດ. ການຝາກ ແລະ ຖອນເງິນໂດຍແຊັກ ຫຼື ເງິນສົດສາມາດໃຊ້ບໍລິການໄດ້ພາຍໃນຊົ່ວໂມງເຮັດວຽກປົກກະຕິ. ທ່ານສາມາດໃຊ້ບັນຊີປະເພດນີ້ຮ່ວມກັບບັນຊີຝາກປະຢັດເພື່ອຊຳລະແຊັກໂດຍການໂອນເງິນລະຫວ່າງບັນຊີ.

ຄຸນລັກສະນະຂອງບັນຊີ

  • ທ່ານຈະໄດ້ຮັບປຶ້ມແຊັກເປັນເຄື່ອງມືໃນການຊຳລະສະສາງ ແລະ ເບີກ-ຈ່າຍ ເງິນກັບຜູ້ຮ່ວມທຸລະກິດຂອງທ່ານ;
  • ທ່ານສາມາດຝາກ, ຖອນ ແລະ ໂອນເງິນໂດຍບໍ່ມີການນັບ ຫຼື ຖືເງິນສົດ.
ສະກຸນເງິນ ກີບ ບາດ ໂດລາ
ອັດຕາດອກເບ້ຍ (ປີ) 0% 0% 0%

ເງື່ອນໄຂການໃຊ້ບໍລິການ

  • ເໝາະສົມສຳລັບລູກຄ້າສ່ວນບຸກຄົນທີ່ມີອາຍຸ 18 ປີ ຂຶ້ນໄປ;
  • ເໝາະສົມສຳລັບລູກຄ້າທີ່ເປັນບໍລິສັດ.

ເອກະສານທີ່ຕ້ອງການສຳລັບລູກຄ້າສ່ວນບຸກຄົນ

  • ສຳລັບພົນລະເມືອງລາວ: ບັດປະຈຳຕົວ, ປື້ມສຳມະໂນຄົວ, ຫນັງສືຜ່ານແດນ (06 ເດືອນຂຶ້ນໄປ);
  • ສຳລັບພົນລະເມືອງລາວທີ່ບໍ່ຕັ້ງພູມລຳເນົາຢູ່ໃນປະເທດລາວ ທ່ານຕ້ອງມີໜັງສືຜ່ານແດນ (06 ເດືອນຂຶ້ນໄປ) ແລະ ເປີດບັນຊີຮ່ວມກັບບຸກຄົນທີ່ຕັ້ງພູມລຳເນົາຖາວອນຢູ່ລາວທີ່ມີເອກະສານຢັ້ງຢືນຖືກຕ້ອງຕາມກົດໝາຍ;
  • ສຳລັບຄົນຕ່າງປະເທດ: ໜັງສືຜ່ານແດນ (06 ເດືອນຂຶ້ນໄປ), ວີຊ້າ, ໃບອະນຸຍາດເຮັດວຽກ, ໃບອະນຸຍາດພັກເຊົາ ຫລື ເອກະສານທີ່ອາໄສຢູ່ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນຈາກອຳນາດການປົກຄອງ;
  • ຈຳນວນເງິນຝາກເບື້ອງຕົ້ນແມ່ນ 500.000 ກີບ ຫຼື 6.000 ບາດ ຫຼື 200 ໂດລາ.

ເອກະສານທີ່ຕ້ອງການສຳລັບລູກຄ້ານິຕິບຸກຄົນ

  • ໃບທະບຽນວິສາຫະກິດ ຫລື ໃບອະນຸຍາດດຳເນີນທຸລະກິດທີ່ອອກໂດຍພາກສ່ວນທີ່ກ່ຽວຂ້ອງ (ຂຶ້ນກັບປະເພດທຸລະກິດ);
  • ໃບຢັ້ງຢືນການເສຍອາກອນ;
  • ນະໂຍບາຍ ແລະ ກົດລະບຽບພາຍໃນຂອງບໍລິສັດ;
  • ຕຣາປະທັບຂອງບໍລິສັດ;
  • ໃບມອບສິດແກ່ບຸກຄົນທີ່ມາເປີດບັນຊີ;
  • ບັດປະຈຳຕົວ ຫຼື ໜັງສືຜ່ານແດນ ຫຼື ສຳມະໂນຄົວຂອງຜູ້ທີ່ມີອຳນາດລົງລາຍເຊັນ ສຳລັບຄົນລາວ;
  • ໜັງສືຜ່ານແດນ, ວີຊາ ຂອງຜູ້ທີ່ມີອຳນາດລົງລາຍເຊັນ ສຳລັບຄົນຕ່າງປະເທດ;
  • ຈຳນວນເງິນຝາກເບື້ອງຕົ້ນແມ່ນ 5.000.000 ກີບ ຫຼື 500 ໂດລາ ຫຼື 20.000 ບາດ.

ໝາຍເຫດ: ເອກະສານປະກອບສຳລັບລູກຄ້ານິຕິບຸກຄົນອາດແຕກຕ່າງກັນອີງຕາມປະເພດຂອງບໍລິສັດທີ່ໄດ້ລະບຸໃນລະບຽບການປະກອບເອກສານການເປິດບັນຊີ.

 

Canadia Bank Lao Ltd. Heaf Office
ທະນາຄານ ແຄນນາເດຍລາວ ຈໍາກັດ.

ໜ່ວຍ 7, ຖະໜົນປາງຄໍາ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ. ລະຫັດ SWIFT: CADILALA ໂທລະສັບ: (+856)-21 227 999

ເພີ່ມເຕີມ »

 
Canadia Bank Plc. Head Office
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia. contact@canadiabank.com.kh

ເພີ່ມເຕີມ »

 

ໃຫ້ໄດ້ຮັບການຍອມຮັບວ່າເປັນທະນາຄານທີ່ດີທີ່ສຸດໃນປະເທດລາວ.

ເປັນຄູ່ຮ່ວມງານທີ່ດີທີ່ສຸດກັບລູກຄ້າ ແລະ ພະນັກງານຂອງພວກເຮົາ ໂດຍໃຊ້ປະໂຫຍດຈາກບຸກຄະລາກອນ, ເຕັກໂນໂລຊີແລະ ການສົ່ງມອບບໍລິການຂອງພວກເຮົາ.

ພວກເຮົາຈະເລີນເຕີບໂຕໃນສະພາບແວດລ້ອມທີ່ເປີດກວ້າງຊຶ່ງເຫັນຄຸນຄ່າຂອງຈິດວິນຍານຂອງນະວັດຕະກຳ, ຄວາມກ້າວໜ້າ ແລະ ການປ່ຽນແປງ, ໃນຂະນະດຽວກັນກໍຍອມຮັບ ຄ່ານິຍົມຫຼັກຂອງຄວາມໄວ້ວາງໃຈ, ຄວາມເປັນເຈົ້າຂອງ ແລະ ການຂັບເຄື່ອນຢ່າງມີປະສິດທິພາບ.