ບັນຊີເງິນຝາກມີກໍານົດ

ຝາກເງິນກັບທະນາຄານ ແຄນນາເດຍ ລາວ ຈຳກັດຂອງພວກເຮົາທ່ານຈະໄດ້ຮັບຄວາມປອດໄພສູງ ແລະ ຄວາມເຊື່ອຖື ດ້ວຍຄວາມອຸ່ນໃຈພ້ອມກັບອັດຕາດອກເບ້ຍທີ່ເໝາະສົມທີ່ສຸດ. ທ່ານຈະໄດ້ຮັບດອກເບ້ຍໃນອັດຕາທີ່ສູງກວ່າ ດ້ວຍການຝາກ ເງິນກີບ, ເງິນບາດ ຫຼື ເງິນໂດລາສະຫະລັດ ແລະ ທ່ານກໍສາມາດເລືອກໄດ້ວ່າທ່ານຈະຮັບດອກເບ້ຍເປັນລາຍເດືອນ ຫຼື ຈົນກວ່າຈະຮອດກຳນົດ.

ຜົນປະໂຫຍດທີ່ທ່ານຈະໄດ້ຮັບ

ທ່ານສາມາດກຳນົດໄລຍະເວລາໃນການຝາກ ແລະ ການຮັບດອກເບ້ຍໄດ້ດ້ວຍຕົວທ່ານເອງ ວ່າຈະເປັນລາຍເດືອນ ຫຼື ຈົນກວ່າຮອດກຳນົດ. ບໍ່ວ່າຈະເປັນໄລຍະເວລາໃດ, ທ່ານໝັ້ນໃຈໄດ້ເລີຍວ່າດອກເບ້ຍທີ່ທ່ານໄດ້ຮັບຈາກການຝາກເງິນປະເພດນີ້ແມ່ນສູງແນ່ນອນ.

ຄຸນລັກສະນະຂອງບັນຊີ

  • ທ່ານສາມາດຝາກໄດ້ລາວກີບ, ໄທບາດ ແລະ ໂດລາສະຫະລັດ;
  • ທ່ານສາມາດເລືອກໄລຍະເວລາກຳນົດໄດ້ດັ່ງນີ້: 3 ເດືອນ, 6 ເດືອນ, 12 ເດືອນ ແລະ 24 ເດືອນ;
  • ທ່ານຈະໄດ້ຮັບດອກເບ້ຍທີ່ເພີງພໍໃຈ;
  • ດອກເບ້ຍຈະເຂົ້າສູ່ບັນຊີເງິນຝາກປະຢັດ ຫຼື ບັນຊີເງິນຝາກກະແສລາຍວັນຂອງທ່ານໂດຍອັດຕະໂນມັດໃນແຕ່ລະເດືອນ ຫຼື ຈົນກວ່າຈະຮອດກຳນົດ;
  • ບັນຊີເງິນຝາກປະຈຳຂອງທ່ານສາມາດຕໍ່ອາຍຸໄດ້ຢ່າງສະດວກສະບາຍໂດຍອັດຕະໂນມັດ.
ໄລຍະເວລາ ອັດຕາດອກເບ້ຍເງິນຝາກມີກໍານົດ ຕໍ່ປີ (ຮັບດອກເບ້ຍເມື່ອຄົບກໍານົດ)
1 ເດືອນ 3 ເດືອນ 6 ເດືອນ 12 ເດືອນ 24 ເດືອນ
ກີບ 2,00% 3,16% 3,95% 5,59% 6,71%
ໂດລາ 1,25% 2,25% 3,00% 4,00% 5,25%
ບາດ 1,25% 2,25% 3,00% 4,00% 5,25%
ໄລຍະເວລາ ອັດຕາດອກເບ້ຍເງິນຝາກມີກໍານົດ ຕໍ່ປີ (ຮັບດອກເບ້ຍທຸກໆເດືອນ)
1 ເດືອນ 3 ເດືອນ 6 ເດືອນ 12 ເດືອນ 24 ເດືອນ
ກີບ 2,00% 3,00% 3,50% 5,50% 6,00%
ໂດລາ 1,25% 2,00% 2,75% 3,75% 4,75%
ບາດ 1,25% 2,00% 2,75% 3,75% 4,75%

ເງື່ອນໄຂໃນການໃຊ້ບໍລິການ

  • ເໝາະສົມສຳລັບບຸກຄົນທົ່ວໄປທີ່ມີອາຍຸ 18 ປີຂຶ້ນໄປ;
  • ເໝາະສົມສຳລັບບໍລິສັດທົ່ວໄປ;

ເອກະສານທີ່ຕ້ອງການສຳລັບລູກຄ້າສ່ວນບຸກຄົນ

  • ສຳລັບພົນລະເມືອງລາວ: ບັດປະຈຳຕົວ, ປື້ມສຳມະໂນຄົວ, ຫນັງສືຜ່ານແດນ (06 ເດືອນຂຶ້ນໄປ);
  • ສຳລັບພົນລະເມືອງລາວທີ່ບໍ່ຕັ້ງພູມລຳເນົາຢູ່ລາວທ່ານຕ້ອງມີໜັງສືຜ່ານແດນ (06 ເດືອນຂຶ້ນໄປ) ແລະ ເປີດບັນຊີຮ່ວມກັບບຸກຄົນທີ່ຕັ້ງພູມລຳເນົາຖາວອນຢູ່ລາວທີ່ມີມີເອກະສານຢັ້ງຢືນຖືກຕ້ອງຕາມກົດໝາຍ;
  • ສຳລັບຄົນຕ່າງປະເທດ: ໜັງສືຜ່ານແດນ (06 ເດືອນຂຶ້ນໄປ), ວີຊ້າ, ໃບອະນຸຍາດເຮັດວຽກ, ໃບອະນຸຍາດພັກເຊົາ ຫລື ເອກະສານທີ່ອາໄສຢູ່ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນຈາກອຳນາດການປົກຄອງ;
  • ຈຳນວນເງິນຝາກເບື້ອງຕົ້ນແມ່ນ 5.000.000 ກີບ ຫຼື 20.000 ບາດ ຫຼື 500 ໂດລາ.

ເອກະສານທີ່ຕ້ອງການສຳລັບລູກຄ້ານິຕິບຸກຄົນ

  • ໃບທະບຽນວິສາຫະກິດ ຫລື ໃບອະນຸຍາດດຳເນີນທຸລະກິດທີ່ອອກໂດຍພາກສ່ວນທີ່ກ່ຽວຂ້ອງ (ຂຶ້ນກັບປະເພດທຸລະກິດ);
  • ໃບຢັ້ງຢືນການເສຍອາກອນ;
  • ນະໂຍບາຍ ແລະ ກົດລະບຽບພາຍໃນຂອງບໍລິສັດ;
  • ຕຣາປະທັບຂອງບໍລິສັດ;
  • ໃບມອບສິດແກ່ບຸກຄົນທີ່ມາເປີດບັນຊີ;
  • ບັດປະຈຳຕົວ ຫຼື ໜັງສືຜ່ານແດນ ຫຼື ສຳມະໂນຄົວຂອງຜູ້ທີ່ມີອຳນາດລົງລາຍເຊັນ ສຳລັບຄົນລາວ;
  • ໜັງສືຜ່ານແດນ, ວີຊາ ຂອງຜູ້ທີ່ມີອຳນາດລົງລາຍເຊັນ ສຳລັບຄົນຕ່າງປະເທດ;
  • ຈຳນວນເງິນຝາກເບື້ອງຕົ້ນແມ່ນ 8.000.000 ກີບ ຫຼື 20.000 ບາດ ຫຼື 1.000 ໂດລາ.

ໝາຍເຫດ: ເອກະສານປະກອບສຳລັບລູກຄ້ານິຕິບຸກຄົນອາດແຕກຕ່າງກັນອີງຕາມປະເພດຂອງບໍລິສັດທີ່ໄດ້ລະບຸໃນລະບຽບການປະກອບເອກສານການເປິດບັນຊີ.

 

Canadia Bank Lao Ltd. Heaf Office
ທະນາຄານ ແຄນນາເດຍລາວ ຈໍາກັດ.

ໜ່ວຍ 7, ຖະໜົນປາງຄໍາ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ. ລະຫັດ SWIFT: CADILALA ໂທລະສັບ: (+856)-21 227 999

ເພີ່ມເຕີມ »

 
Canadia Bank Plc. Head Office
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia. contact@canadiabank.com.kh

ເພີ່ມເຕີມ »

 

ໃຫ້ໄດ້ຮັບການຍອມຮັບວ່າເປັນທະນາຄານທີ່ດີທີ່ສຸດໃນປະເທດລາວ.

ເປັນຄູ່ຮ່ວມງານທີ່ດີທີ່ສຸດກັບລູກຄ້າ ແລະ ພະນັກງານຂອງພວກເຮົາ ໂດຍໃຊ້ປະໂຫຍດຈາກບຸກຄະລາກອນ, ເຕັກໂນໂລຊີແລະ ການສົ່ງມອບບໍລິການຂອງພວກເຮົາ.

ພວກເຮົາຈະເລີນເຕີບໂຕໃນສະພາບແວດລ້ອມທີ່ເປີດກວ້າງຊຶ່ງເຫັນຄຸນຄ່າຂອງຈິດວິນຍານຂອງນະວັດຕະກຳ, ຄວາມກ້າວໜ້າ ແລະ ການປ່ຽນແປງ, ໃນຂະນະດຽວກັນກໍຍອມຮັບ ຄ່ານິຍົມຫຼັກຂອງຄວາມໄວ້ວາງໃຈ, ຄວາມເປັນເຈົ້າຂອງ ແລະ ການຂັບເຄື່ອນຢ່າງມີປະສິດທິພາບ.