ບັນຊີເງິນຝາກປະຢັດ

ຜົນປະໂຫຍດທີ່ທ່ານຈະໄດ້ຮັບ

ສ້າງເງິນຂອງທ່ານໃຫ້ເກີດດອກອອກຜົນດ້ວຍການຝາກເງິນກັບທະນາຄານແຄນນາເດຍລາວ ຈຳກັດ. ບັນຊີຝາກປະຢັດຂອງພວກເຮົາແມ່ນງ່າຍຕໍ່ການເປີດ ແລະ ຈັດການບໍລິຫານ ຍ້ອນວ່າມີຍອດຄົງເຫຼືອຕ່ຳ ເຊິ່ງງ່າຍດາຍຕໍ່ການລິເລີ່ມ ແລະ ສ້າງຂຶ້ນຕາມຄວາມຕ້ອງການ.

ຄຸນລັກສະນະຂອງບັນຊີ

  • ທ່ານສາມາດຝາກໄດ້ໃນ 3 ສະກຸນເງິນຄື: ລາວກີບ, ໄທບາດ, ໂດລາສະຫະລັດ;
  • ອັດຕາດອກເບ້ຍທີ່ຫນ້າດຶງດູດໃຈ, ຄິດໄລ່ເປັນລາຍວັນ ແລະ ໄດ້ຮັບໃນທຸກໆເດືອນ;
  • ບໍ່ມີຄ່າໃຊ້ຈ່າຍໃນການຝາກເງິນແຕ່ລະເດືອນ;
  • ບໍ່ມີຄ່າໃຊ້ຈ່າຍໃນການເປີດບັນຊີ;
  • ໄດ້ຮັບປື້ມບັນຊີເງິນຝາກຟຣີ ແລະ ທ່ານສາມາດຄວບຄຸມທຸກການເຄື່ອນໄຫວເບີກ - ຈ່າຍຂອງບັນຊີຢ່າງຊັດເຈນພາຍໃນປື້ມຫົວນີ້.
ສະກຸນເງິນ ກີບ ບາດ ໂລດາ
ອັດຕາດອກເບ້ຍ (ຕໍ່ປີ) 1,89% 1,00% 1,00%

ເອກະສານທີ່ຕ້ອງການສຳລັບລູກຄ້າສ່ວນບຸກຄົນ

  • ສຳລັບພົນລະເມືອງລາວ: ບັດປະຈຳຕົວ, ປື້ມສຳມະໂນຄົວ, ຫນັງສືຜ່ານແດນ (06 ເດືອນຂຶ້ນໄປ);
  • ສຳລັບພົນລະເມືອງລາວທີ່ບໍ່ຕັ້ງພູມລຳເນົາຢູ່ໃນປະເທດລາວທ່ານຕ້ອງມີໜັງສືຜ່ານແດນ (06 ເດືອນຂຶ້ນໄປ) ແລະ ເປີດບັນຊີຮ່ວມກັບບຸກຄົນທີ່ຕັ້ງພູມລຳເນົາຖາວອນຢູ່ລາວທີ່ມີມີເອກະສານຢັ້ງຢືນຖືກຕ້ອງຕາມກົດໝາຍ;
  • ສຳລັບຄົນຕ່າງປະເທດ: ໜັງສືຜ່ານແດນ (06 ເດືອນຂຶ້ນໄປ), ວີຊ້າ, ໃບອະນຸຍາດເຮັດວຽກ, ໃບອະນຸຍາດພັກເຊົາ ຫລື ເອກະສານທີ່ອາໄສຢູ່ ສປປ ລາວ ທີ່ໄດ້ຮັບການຢັ້ງຢືນຈາກອຳນາດການປົກຄອງ;
  • ຈຳນວນເງິນຝາກເບື້ອງຕົ້ນແມ່ນ 50.000ກີບ ຫຼື 200ບາດ ຫຼື 10ໂດລາ.

ເອກະສານທີ່ຕ້ອງການສຳລັບລູກຄ້ານິຕິບຸກຄົນ

  • ໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດດຳເນີນທຸລະກິດທີ່ອອກໂດຍພາກສ່ວນທີ່ກ່ຽວຂ້ອງ (ຂຶ້ນກັບປະເພດທຸລະກິດ);
  • ໃບຢັ້ງຢືນການເສຍອາກອນ;
  • ນະໂຍບາຍ ແລະ ກົດລະບຽບພາຍໃນຂອງບໍລິສັດ;
  • ຕຣາປະທັບຂອງບໍລິສັດ;
  • ໃບມອບສິດແກ່ບຸກຄົນທີ່ມາເປີດບັນຊີ;
  • ບັດປະຈຳຕົວ ຫຼື ໜັງສືຜ່ານແດນ ຫຼື ສຳມະໂນຄົວຂອງຜູ້ທີ່ມີອຳນາດລົງລາຍເຊັນ ສຳລັບຄົນລາວ;
  • ໜັງສືຜ່ານແດນ, ວີຊາ ຂອງຜູ້ທີ່ມີອຳນາດລົງລາຍເຊັນ ສຳລັບຄົນຕ່າງປະເທດ;
  • ຈຳນວນເງິນຝາກເບື້ອງຕົ້ນແມ່ນ 500.000 ກີບ ຫຼື 6.000 ບາດ ຫຼື 500 ໂດລາ.

ໝາຍເຫດ: ເອກະສານປະກອບສຳລັບລູກຄ້ານິຕິບຸກຄົນອາດແຕກຕ່າງກັນອີງຕາມປະເພດຂອງບໍລິສັດທີ່ໄດ້ລະບຸໃນລະບຽບການປະກອບເອກສານການເປິດບັນຊີ.

 

Canadia Bank Lao Ltd. Heaf Office
ທະນາຄານ ແຄນນາເດຍລາວ ຈໍາກັດ.

ໜ່ວຍ 7, ຖະໜົນປາງຄໍາ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ. ລະຫັດ SWIFT: CADILALA ໂທລະສັບ: (+856)-21 227 999

ເພີ່ມເຕີມ »

 
Canadia Bank Plc. Head Office
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia. contact@canadiabank.com.kh

ເພີ່ມເຕີມ »

 

ໃຫ້ໄດ້ຮັບການຍອມຮັບວ່າເປັນທະນາຄານທີ່ດີທີ່ສຸດໃນປະເທດລາວ.

ເປັນຄູ່ຮ່ວມງານທີ່ດີທີ່ສຸດກັບລູກຄ້າ ແລະ ພະນັກງານຂອງພວກເຮົາ ໂດຍໃຊ້ປະໂຫຍດຈາກບຸກຄະລາກອນ, ເຕັກໂນໂລຊີແລະ ການສົ່ງມອບບໍລິການຂອງພວກເຮົາ.

ພວກເຮົາຈະເລີນເຕີບໂຕໃນສະພາບແວດລ້ອມທີ່ເປີດກວ້າງຊຶ່ງເຫັນຄຸນຄ່າຂອງຈິດວິນຍານຂອງນະວັດຕະກຳ, ຄວາມກ້າວໜ້າ ແລະ ການປ່ຽນແປງ, ໃນຂະນະດຽວກັນກໍຍອມຮັບ ຄ່ານິຍົມຫຼັກຂອງຄວາມໄວ້ວາງໃຈ, ຄວາມເປັນເຈົ້າຂອງ ແລະ ການຂັບເຄື່ອນຢ່າງມີປະສິດທິພາບ.