ບໍລິການໂອນເງິນ

ໂອນເງິນດ້ວຍ MoneyGram

  • ເປັນການໂອນ ແລະ ຮັບເງິນດ່ວນ 8 ຕົວເລກຈາກຕ່າງປະເທດ,ໂດຍສາມາດສົ່ງ ຫຼື ຮັບເງິນໄດ້ສະດວກ, ວ່ອງໄວ, ປອດໄພ ພຽງແລະ ສາມາດຮັບເງິນໄດ້ພາຍໃນ 10ນາທີ ໂດຍທີ່ບໍ່ຈຳເປັນຕ້ອງຜ່ານບັນຊີທະນາຄານ
  • ສາມາດສົ່ງເງິນໄປຫາໄດ້ຫຼາຍກວ່າ 200ກວ່າປະເທດ ແລະ ສາມາດຮັບເງິນໄດ້ໄວ. ຖືກອອກແບບມາໃຫ້ສາມາດຮັບເງິນໄດ້ພາຍໃນ 10ນາທີ.

ບໍລິການໂອນເງິນໄປຕ່າງປະເທດດ້ວຍລະບົບ SWIFT

ການໂອນເງິນດ້ວຍ SWIFT: ໄດ້ຊ່ວຍເຫຼືອລູກຄ້າທີ່ຕ້ອງການສົ່ງເງິນຜ່ານມາດຕະຖານສາກົນທີ່ວ່ອງໄວແລະປອດໄພ ບໍ່ວ່າຈະເປັນການໂອນຊຳລະສິນຄ້າ, ຄ່າຮຽນ ຫຼື ຄ່າໃຊ້ຈ່າຍອື່ນໆ.

ການຮັບເງິນດ້ວຍ SWIFT: ລູກຄ້າຈະໄດ້ຮັບເງິນໂອນຈາກທະນາຄານທົ່ວໂລກໂດຍຜ່ານລະບົບ SWIFT ເຊິ່ງຖືເປັນລະບົບທີ່ຄຸນນະພາບສູງສຸດ ແລະ ເປັນທີ່ນິຍົມ, ລູກຄ້າຈະໄດ້ຮັບບໍລິການທີ່ສະດວກ ແລະ ວ່ອງໄວປອດໄພ.

ບໍລິການໂອນເງິນພາຍໃນ

ທາງທະນາຄານຍິນດີໃຫ້ບໍລິການລູກຄ້າໃນການໂອນເງິນພາຍໃນປະເທດດ້ວຍລະບົບການຊຳລະຜ່ານລະບົບບັນຊີຂອງທະນາຄານແຫ່ງ ສປປ ລາວ. ເຊິ່ງເໝາະສຳລັບລູກຄ້າທີ່ຕ້ອງການໂອນເພື່ອຊຳລະສິນຄ້າ ຫຼື ຄ່າໃຊ້ຈ່າຍອື່ນໆພາຍໃນປະເທດ ໂດຍຫຼີກລ້ຽງໃນການຖືເງິນສົດ.

 

Canadia Bank Lao Ltd. Heaf Office
ທະນາຄານ ແຄນນາເດຍລາວ ຈໍາກັດ.

ໜ່ວຍ 7, ຖະໜົນປາງຄໍາ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ. ລະຫັດ SWIFT: CADILALA ໂທລະສັບ: (+856)-21 227 999

ເພີ່ມເຕີມ »

 
Canadia Bank Plc. Head Office
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia. contact@canadiabank.com.kh

ເພີ່ມເຕີມ »

 

ໃຫ້ໄດ້ຮັບການຍອມຮັບວ່າເປັນທະນາຄານທີ່ດີທີ່ສຸດໃນປະເທດລາວ.

ເປັນຄູ່ຮ່ວມງານທີ່ດີທີ່ສຸດກັບລູກຄ້າ ແລະ ພະນັກງານຂອງພວກເຮົາ ໂດຍໃຊ້ປະໂຫຍດຈາກບຸກຄະລາກອນ, ເຕັກໂນໂລຊີແລະ ການສົ່ງມອບບໍລິການຂອງພວກເຮົາ.

ພວກເຮົາຈະເລີນເຕີບໂຕໃນສະພາບແວດລ້ອມທີ່ເປີດກວ້າງຊຶ່ງເຫັນຄຸນຄ່າຂອງຈິດວິນຍານຂອງນະວັດຕະກຳ, ຄວາມກ້າວໜ້າ ແລະ ການປ່ຽນແປງ, ໃນຂະນະດຽວກັນກໍຍອມຮັບ ຄ່ານິຍົມຫຼັກຂອງຄວາມໄວ້ວາງໃຈ, ຄວາມເປັນເຈົ້າຂອງ ແລະ ການຂັບເຄື່ອນຢ່າງມີປະສິດທິພາບ.