ຮັບສະໝັກວຽກ
ລະຫັດວຽກ:CBLJ066
ຕໍາແໜ່ງ:ຜູ້ຊ່ຽວຊານອາວຸໂສ ດ້ານຄວາມປອດໄພທາງໄຊເບີ
ສະຖານທີ່ເຮັດວຽກ:ສໍານັກງານໃຫຍ່
ລາຍລະອຽດວຽກ:

ໜ້າທີ່ ແລະ ຄວາມຮັບຜິດຊອບ

  • ດຳເນີນການ ຕິດຕາມ ແລະ ວິເຄາະຄວາມໝັ້ນຄົງທາງໄຊເບີເປັນປະຈຳ;
  • ດຳເນີນການ ກວດສອບຄວາມປອດໄພ ເພື່ອກວດຫາການລະເມີດ ຫຼື ຈຸດອ່ອນຕ່າງໆໃນລະບົບໄອທີ;
  • ດຳເນີນການທົດສອບການເຈາະລະບົບ (Penetration testing) ແລະ ປະເມີນຈຸດອ່ອນຂອງລະບົບພາຍໃນ ເປັນປະຈໍາ;
  • ຈັດຕັ້ງປະຕິບັດ ແລະ ບຳລຸງຮັກສາ ບັນດາລະບຽບ ແບະ ມາດຕະການ ການຄວບຄຸມ ຄວາມໝັ້ນຄົງທາງໄຊເບີ ທົ່ວໂຄງລ່າງພື້ນຖານດ້ານໄອທີ (IT infrastructure);
  • ຍົກລະດັບ ລະບົບໂຄງລ່າງພື້ນຖານດ້ານໄອທີ ໃຫ້ສອດຄ່ອງກັບຫຼັກປະຕິບັດທີ່ດີທີ່ສຸດດ້ານຄວາມໝັ້ນຄົງທາງໄຊເບີ ໃນສະພາບແວດລ້ອມຂອງທະນາຄານ;
  • ຄົ້ນຄວ້າ, ທົດສອບ ແລະ ນຳໃຊ້ເຕັກໂນໂລຊີຄວາມໝັ້ນຄົງໄຊເບີໃໝ່ໆ;
  • ຄົ້ນຄວ້າ, ທົບທວນ ແລະ ບຳລຸງຮັກສາ, ຄູ່ມືດ້ານຄວາມໝັ້ນຄົງທາງໄຊເບີ, ມາດຕະຖານພື້ນຖານດ້ານຄວາມໝັ້ນຄົງໄຊເບີ, ການຄຸ້ມຄອງບໍລິຫານ, ນະໂຍບາຍ ແລະ ຍຸດທະສາດຕ່າງໆ;
  • ຊ່ວຍເຫຼືອພະນັກງານທ່ານອື່ນໃນການຄຸ້ມຄອງ ແລະ ຕິດຕາມກວດກາການດຳເນີນງານຂອງໂຄງການດ້ານຄວາມໝັ້ນຄົງທາງໄຊເບີ;
  • ຝຶກອົບຮົມພະນັກງານກ່ຽວກັບຄວາມຮັບຮູ້ດ້ານໄພຄຸກຄາມ ແລະ ຄວາມໝັ້ນຄົງໄຊເບີ ແລະ ຫຼັກປະຕິບັດທີ່ດີທີ່ສຸດ;
  • ຮ່ວມມືກັບທີມງານຄວາມໝັ້ນຄົງໄຊເບີ ທີ່ສຳນັກງານໃຫຍ່ໃນກຳປູເຈຍ ກ່ຽວກັບວິທີແກ້ໄຂທາງດ້ານເຕັກນິກ;
  • ປະສານງານກັບທະນາຄານແຫ່ງ ສປປ ລາວ (BOL) ກ່ຽວກັບວຽກງານຄວາມໝັ້ນຄົງທາງໄຊເບີ;
  • ກະກຽມເອກະສານ ແລະ ບົດລາຍງານ ເພື່ອສະໜັບສະໜູນການກວດສອບທັງພາຍໃນ ແລະ ພາຍນອກ ທີ່ພົວພັນກັບວຽກງານຄວາມໝັ້ນຄົງໄຊເບີ.
ຄຸນສົມບັດ:

ຈຸດປະສົງຂອງວຽກງານ

ວຽກງານຄວາມໝັ້ນຄົງປອດໄພທາງໄຊເບີ ນີ້ມີຄວາມສຳຄັນຢ່າງຍິ່ງຕໍ່ຄວາມໝັ້ນຄົງປອດໄພທາງໄຊເບີ ຂອງທະນາຄານຄານາເດຍ ລາວຈໍາກັດ. ໃນຖານະສະມາຊິກຂອງກຸ່ມແບ່ງປັນຄວາມປອດໄພທາງໄຊເບີ ຂອງທະນາຄານແຫ່ງສປປລາວ (BOL), ຕຳແໜ່ງນີ້ມີໜ້າທີ່ຮັບຜິດຊອບໃນການຮັກສາຄວາມໝັ້ນຄົງປອດໄພທາງດ້ານໄຊເບີ, ການດຳເນີນງານດ້ານໄອທີ, ປະສານງານກັບທີມງານພາຍໃນ ແລະ ໜ່ວຍງານກຳກັບດູແລຈາກພາຍນອກ ແລະ ໃຫ້ການສະໜັບສະໜູນການປະຕິບັດຕາມມາດຕະຖານດ້ານຄວາມໝັ້ນຄົງປອດໄພທາງໄຊເບີ.

ຄຸນວຸດທິ ແລະ ປະສົບການ:

  • ຈົບການສຶກສາ ປະລິນຍາໂທ ຫຼື ປະລິນຍາຕີ ສາຂາ ວິທະຍາສາດ ຄອມພິວເຕີ, ເທັກໂນໂລຊີຂໍ້ມູນຂ່າວສານ ຫຼື ຄວາມໝັ້ນຄົງທາງໄຊເບີ (Cyber security);
  • ມີໃບຢັ້ງຢືນວິຊາສະເພາະດ້ານ ເຊັ່ນ: CISSP, CEH, ISO 27001 ຫຼື ທຽບເທົ່າ;
  • ມີຄວາມເຂົ້າໃຈກ່ຽວກັບຄວາມໝັ້ນຄົງຂອງລະບົບເຄືອຂ່າຍເປັນຢ່າງດີ, ການທົດສອບເຈາະລະບົບ (Penetration Testing),  ການບໍລິຫານຈັດການຊ່ອງໂຫວ່ ແລະ ກອບການປະຕິບັດການ ມາດຕະຖານດ້ານຄວາມສ່ຽງ;
  • ມີປະສົບການກ່ຽວກັບ Firewall, ລະບົບ ການປ້ອງກັນຂໍ້ມູນຮົ່ວໄຫຼ, ການກວດຈັບ/ປ້ອງກັນການບຸກລຸກ (DLP, IDS/IPS), ເຄື່ອງມື SIEM ແລະ ການປ້ອງກັນເຄື່ອງ Endpoint;
  • ມີຄວາມຮູ້ກ່ຽວກັບແນວຄວາມຄິດດ້ານ ຄວາມປອດໄພທາງລະບົບຄອມພີວເຕີ (IT Security), ດ້ານວິທະຍາສາດຄອມພິວເຕີ ຫຼື ວິຊາການທີ່ກ່ຽວຂ້ອງ;
  • ມີທັກສະ ຄວາມເປັນຜູ້ນຳ, ການບໍລິຫານຈັດການວຽກ ແລະ ເວລາ ໃນລະດັບດີ;
  • ເຂົ້າໃຈດີກ່ຽວກັບ ຫຼັກການ ແລະ ວິທີປະຕິບັດທີ່ດີທີ່ສຸດ ກ່ຽວກັບດ້ານຄວາມໝັ້ນຄົງທາງໄຊເບີ;
  • ມີທັກສະດ້ານ ການວິເຄາະ ແລະ ການແກ້ໄຂບັນຫາທີ່ດີ;
  • ພ້ອມຮຽນຮູ້, ຮຽນຮູ້ໄວ, ມີຄວາມຍືດຫຍຸ່ນ, ມີແຮງຈູງໃຈໃນຕົນເອງ ແລະ ມີທັດສະນະແບບ “Can-do” ຫຼື ມີຄວາມພ້ອມທີ່ຈະລົງມືເຮັດ;
  • ມີທັກສະການສື່ສານທີ່ດີ ເພື່ອປະສານງານກັບທີມ IT ພາຍໃນ, ທະນາຄານ ແຄນນາເດຍ ມະຫາຊົນ (ສຳນັກງານໃຫຍ່ກຳປູເຈຍ) ແລະ ໜ່ວຍງານກຳກັບດູແລຂອງທະນາຄານແຫ່ງ ສປປ ລາວ;
  • ມີປະສົບການຢ່າງໜ້ອຍ 4 ປີ ໃນດ້ານ IT Security ຫຼື IT Security Specialist ໃນທຸລະກິດທະນາຄານ ຫຼື ສະຖາບັນການເງິນ.
ວັນປະກາດ:25/09/2026
ວັນປິດຮັບ:31/10/2026
ສະຖານະ:ປະກາດໃໝ່

ດາວໂຫຼດແບບຟອມສະໝັກ

ສະໝັກຕໍາແໜ່ງນີ້

ກັບໄປໜ້າຮັບສະໝັກວຽກ

 

ສຳນັກງານ Canadia Bank Lao
ທະນາຄານການເນເດຍ ລາວ ຈຳກັດ

ຖະໜນທ່າແດວ, ຫົວໜ່ວຍ 18, ບ້ານເບືອງຄະນຽງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ. SWIFT: CADILALA
ໂທ: (+856)-21 227 999

ເບິ່ງລາຍລະອຽດ »

ສຳນັກງານ Canadia Bank Plc.
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia.
contact@canadiabank.com.kh

ເບິ່ງລາຍລະອຽດ »

ເປັນທະນາຄານທີ່ດີທີ່ສຸດໃນລາວ.

ເປັນຄູ່ຮ່ວມທີ່ດີທີ່ສຸດສໍາລັບລູກຄ້າ ແລະ ພະນັກງານ ໂດຍອະໄສຄົນ, ເຕັກໂນໂລຊີ ແລະ ການບໍລິການ.

ເຮົາສົນລົງກັບສິ່ງແວດລ້ອມທີ່ເປີດກວ້າງ ທີ່ສົງສົມຄ່າຂອງການປ່ຽນແປງ ແລະ ຄວາມສ້າງສັນ ພ້ອມກັບຄຸນຄ່າພື້ນຖານ: ຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູ່ຜົນງານ.