ຮັບສະໝັກວຽກ
ລະຫັດວຽກ:CBLJ061
ຕໍາແໜ່ງ:ຫົວໜ້າສາຍງານບຸກຄະລາກອນ
ສະຖານທີ່ເຮັດວຽກ:ສໍານັກງານໃຫຍ່
ລາຍລະອຽດວຽກ:

ໜ້າທີ່ຮັບຜິດຊອບ:
-    ປັບປຸງນະໂຍບາຍບຸກຄະລາກອນ ແລະ ຄູ່ມືຂອງບຸກຄະລາກອນໃຫ້ຖືກຕ້ອງ, ຊັດເຈນ, ພຽງພໍ, ທັນເວລາ ແລະ ມີປະສິດທິພາບສູງ ສາມາດປະຕິບັດຕາມກົດໝາຍຂອງທະນາຄານທຸລະກິດ ແລະ ກົດໝາຍແຮງງານລາວ
-    ກະກຽມ ແລະ ຄຸ້ມຄອງບຸກຄະະລາກອນໃຫ້ເໝາະສົມກັບຄວາມຮູ້, ທັກສະ, ປະສົບການ ແລະ ໜ້າທີ່ຕາມສິດທີ່ມອບໃຫ້ທະນາຄານດັ່ງນີ້:
•    ຮັບສະໝັກພະນັກງານ
•    ການເລືອນຂັ້ນ - ປົດຕຳແໜ່ງຕາມລຳດັບຂັ້ນ
•    ການປ່ຽນແປງຕໍາແໜ່ງຫນ້າທີ່ຮັບຜິດຊອບ
•    ການລາອອກ ເປັນຕົ້ນ.
-    ປະເມີນຜົນງານການເຮັດວຽກຂອງພະນັກງານເພື່ອປຽບທຽບກັບມາດຕະຖານວຽກງານທີ່ວາງໄວ
-    ໃຫ້ການຝຶກອົບຮົມທັກສະທາງວິຊາການ ແລະ ທັກສະພິເສດ ເພື່ອພັດທະນາບຸກຄະລາກອນ.
-    ໃຫ້ການຊ່ວຍເຫຼືອຜູ້ບໍລິຫານໃນການພັດທະນາ ແລະ ການປະຕິບັດ-ສືບຕໍ່ພອນສະຫວັນ ແລະ ສິ່ງທ້າທາຍທີ່ສໍາຄັນອື່ນໆ.
-    ກວດກາ ແລະ ກວດສອບເອກະສານສໍາລັບພະນັກງານກ່ອນທີ່ຈະຜ່ານການທົດລອງວຽກ.
-     ອັບເດດເອກະສານສ່ວນຕົວຂອງພະນັກງານ ເປັນເອກະສານແທ້ ແລະ ເອກະສານທີເປັນຟາຍ.
-    ກວດກາເອກະສານລ່ວງໜ້າເຊັ່ນ: ໃບແຈ້ງໂທດ, ບັດປະຈໍາຕົວ, ໃບຢັ້ງຢືນການເກີດ, ສຳມະໂນຄົວ, ໃບຢັ້ງຢືນການແຕ່ງງານ, ໃບຢັ້ງຢືນການເກີດລູກ.
-    ສະເໜີເພີ່ມເງິນເດືອນພະນັກງານຜູ້ທີ່ໄດ້ເລື່ອນຕຳແໜ່ງ
-    ສັງລວມບົດລາຍງານປະຈໍາເດືອນ
-    ປະຕິບັດວຽກງານອື່ນໆຕາມການມອບໝາຍຂອງຜູ້ບໍລິຫານ.

ຄຸນສົມບັດ:

ຄຸນສົມບັດທີ່ຕ້ອງການ:
-    ຈົບປະລິນຍາຕີ ຫຼື (ປະລິນຍາໂທ) ໃນວຽກງານບຸກຄາລະກອນ, ເສດຖະສາດ, ກົດໝາຍ, ບໍລິຫານທຸລະກິດ ຫຼື ການເງິນ ແລະ ການທະນາຄານ
-    ມີປະສົບການຢ່າງໜ້ອຍ 1-3 ປີ ໃນວຽກງານບຸກຄາລະກອນ
-    ມີຄວາມຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິງໃນວຽກງານ: ການພັດທະນາບຸກຄະລາກອນ (Hard skills and Soft Skills), ຂະບວນການ HR, ແລະ ກົດໝາຍແຮງງານລາວ
-    ມີຄວາມສາມາດໃນການວິເຄາະຢ່າງເລິກເຊິງກ່ຽວກັບການແກ້ໄຂບັນຫາ, ການເຈລະຈາຕໍ່ລອງ ແລະ ທັກສະການສື່ສານ
-    ມີທັກສະໃນການຈັດຕັ້ງ, ຄວາມເປັນຜູ້ນໍາ ແລະ ການບໍລິຫານເວລາ
-    ສາມາດເຮັດວຽກພາຍໃຕ້ຄວາມກົດດັນ ແລະ ທັນເວລາ
-    ຖ້າມີຄວາມຄ່ອງແຄ້ວທາງດ້ານພາສາອັງກິດແມ່ນຈະພິຈາລະນາເປັນພິເສດ
-    ມີຄວາມຮູ້ທາງດ້ານຄອມພິວເຕີ.

ທ່ານໃດສົນໃຈສາມາດາສົ່ງຊີວະປະຫວັດ (CV), ຈົດໝາຍນຳ (Cover Letter) ແລະ ແບບຟອມໃບສະໝັກຂອງທະນາຄານ (ສາມາດດາວໂຫຼກໄດ້ຕາມລິຄ໌ (Link) ໃນລາຍລະອຽດຂອງໂພສ ຫຼື ເວັບໄຊຂອງພວກເຮົາ)

ສົ່ງເອກະສານມາທີ່: ພະແນກບຸກຄະລາກອນຂອງທະນາຄານ ແຄນນາເດຍ ລາວຈຳກັດ. ຫຼື

ອີເມລ໌              : career@canadiabank.com  (ຮັບເປັນໄຟລ໌ PDF ເທົ່ານັ້ນ)

ໝາຍເຫດ          :

  • ສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການຕິດຕໍ່ໃນຮອດສໍາພາດ;
  • ຕຳແໜ່ງທີ່ສະໝັກຕອ້ງໄດ້ລະບຸໄວ້ໃນຫົວຂໍ້ຂອງອີເມລ໌;
  • ເງິນເດືອນທີ່ຕ້ອງການຕ້ອງໄດ້ລະບຸໄວ້ໃນຊີວະປະຫວັດຢ່າງຊັດເຈນ.
ວັນປະກາດ:17/03/2026
ວັນປິດຮັບ:30/04/2026
ສະຖານະ:ປະກາດໃໝ່

ດາວໂຫຼດແບບຟອມສະໝັກ

ສະໝັກຕໍາແໜ່ງນີ້

ກັບໄປໜ້າຮັບສະໝັກວຽກ

 

ສຳນັກງານ Canadia Bank Lao
ທະນາຄານການເນເດຍ ລາວ ຈຳກັດ

ຖະໜນທ່າແດວ, ຫົວໜ່ວຍ 18, ບ້ານເບືອງຄະນຽງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ. SWIFT: CADILALA
ໂທ: (+856)-21 227 999

ເບິ່ງລາຍລະອຽດ »

ສຳນັກງານ Canadia Bank Plc.
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia.
contact@canadiabank.com.kh

ເບິ່ງລາຍລະອຽດ »

ເປັນທະນາຄານທີ່ດີທີ່ສຸດໃນລາວ.

ເປັນຄູ່ຮ່ວມທີ່ດີທີ່ສຸດສໍາລັບລູກຄ້າ ແລະ ພະນັກງານ ໂດຍອະໄສຄົນ, ເຕັກໂນໂລຊີ ແລະ ການບໍລິການ.

ເຮົາສົນລົງກັບສິ່ງແວດລ້ອມທີ່ເປີດກວ້າງ ທີ່ສົງສົມຄ່າຂອງການປ່ຽນແປງ ແລະ ຄວາມສ້າງສັນ ພ້ອມກັບຄຸນຄ່າພື້ນຖານ: ຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູ່ຜົນງານ.