15/08/2023
ໃນວັນທີ 12 ສິງຫາ 2023 ທີ່ຜ່ານມາ, ຄະນະຜູ້ບໍລິຫານ ແລະ ຕາງໜ້າພະນັກງານ ທະນາຄານ ແຄນນາເດຍ ລາວ ຈຳກັດ ໄດ້ລົງເຄື່ອນໄຫວ ໃຫ້ຄວາມຊ່ວຍເຫຼືອແກ່ຜູ້ປະສົບໄພນໍ້າຖ້ວມ ດ້ວຍການມອບເງິນ ແລະ ເຄື່ອງອຸປະໂພກ - ບໍລິໂພກທີ່ຈໍາເປັນ ໃຫ້ແກ່ອົງການປົກຄອງເມືອງຄູນຄໍາ ແຂວງ ຄຳມ່ວນ ແລະ ປະຊາຊົນຜູ້ປະສົບໄພຕົວຈິງ ທີ່ບ້ານນາຄຳ ເມືອງຄູນຄໍາ ແຂວງຄຳມ່ວນ.
ທະນາຄານ ແຄນນາເດຍ ລາວ ຈຳກັດ ຂໍສົ່ງກຳລັງໃຈໃຫ້ແກ່ປະຊາຊົນຜູ້ປະສົບອຸທົກກະໄພນໍ້າຖ້ວມໃນຄັ້ງນີ້ ລວມເຖິງເຈົ້າໜ້າທີ່ທຸກພາກສ່ວນ ຜູ້ປະຕິບັດງານໃນພື້ນທີ່ ໃຫ້ກ້າວຜ່ານວິກິດທີ່ຫຍຸ້ງຍາກໃນຄັ້ງນີ້ ຢ່າງເຂັ້ມແຂງ.

ຖະໜນທ່າແດວ, ຫົວໜ່ວຍ 18, ບ້ານເບືອງຄະນຽງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ. SWIFT: CADILALA
ໂທ: (+856)-21 227 999
315 Preah Ang Duong, Street 110, 12000 Phnom Penh, Cambodia.
contact@canadiabank.com.kh