ເປັນປະເພດເງິນກູ້ທີ່ເໝາະສົມສຳລັບການຊື້ສິ່ງອຳນວຍຄວາມສະດວກໃນຊີວິດປະຈຳວັນ ເຊັ່ນ: ວັດຖຸອຸປະກອນ, ເຄື່ອງເພື່ອເຟີນີເຈີ ຫຼື ເຄື່ອງໃຊ້ໃນຄົວເຮືອນ, ເປັນທຶນການສຶກສາ ແລະ ອື່ນໆ.
ໄລຍະເວລາກູ້ຢືມ |
- ໄລຍະເວລາສູງເຖິງ 60 ເດືອນ.
|
ອັດຕາດອກເບ້ຍ |
- ອັດຕາດອກເບ້ຍເລີ່ມຕົ້ນ ແມ່ນ 0,91% ຕໍ່ເດືອນ ຫຼື 11% ຕໍ່ປີ.
|
ວົງເງິນກູ້ຢືມ |
- ເລີ່ມແຕ່ 20.000.000 ກີບ ຫຼື ທຽບເທົ່າກັບ 2.000 ໂດລາຂື້ນໄປ.
|
ປະເພດຫຼັກຊັບຄໍ້າປະກັນ |
- ໃບຕາດິນຂອບທອງ;
- ໃບຢັ້ງຢືນເງິນຝາກມີກຳນົດ.
|
ອັດຕາສ່ວນວົງເງິນກູ້ຢືມ ຕໍ່ ມູນຄ່າຫຼັກຊັບຄໍ້າປະກັນ |
- ສູງເຖິງ 70% ຂອງມູນຄ່າຫຼັກຊັບຄໍ້າປະກັນ;
- ສູງເຖິງ 100% ຂອງມູນຄ່າເງິນຝາກມີກຳນົດທີ່ເປັນຫຼັກຊັບຄໍ້າປະກັນ.
|
ຄ່າທໍານຽມ ແລະ ຄ່າປະເມີນຫຼັກຊັບ
|
- ຄ່າທໍານຽມອະນຸມັດ ຂັ້ນຕໍ່າ 1% ຂອງວົງເງິນກູ້ຢືມ (ເກັບຄັ້ງດຽວ);
- ຄ່າປະເມີນຫຼັກຊັບ ຂັ້ນຕໍ່າ 1% ຂອງວົງເງິນກູ້ຢືມ (ເກັບຄັ້ງດຽວ).
|
ວິທີການຊໍາລະເງິນ |
- ຊຳລະຕົ້ນທຶນຄົງທີ່ພ້ອມດ້ວຍດອກເບ້ຍຫຼຸດລົງຕາມຍອດຕົ້ນທຶນຄົງເຫຼືອ;
- ຊຳລະຕົ້ນທຶນພ້ອມດ້ວຍດອກເບ້ຍເປັນຈຳນວນຄົງທີ່ຕັ້ງແຕ່ຕົ້ນຈົນຮອດທ້າຍງວດ (ຕົ້ນທຶນ + ດອກເບ້ຍ);
- ວິທີການຊຳລະແບບອື່ນໆ ແມ່ນຂື້ນກັບການເຈລະຈາຕົວຈິງລະຫວ່າງທະນາຄານ ແລະ ຜູ້ກູ້ຢືມເງິນ.
|
ເງື່ອນໄຂອື່ນໆ |
- ລູກຄ້າອາດຈະຕ້ອງຊື້ປະກັນໄພ (ຖ້າມີຄວາມຈຳເປັນ).
|
ເອກະສານປະກອບເບື້ອງຕົ້ນ |
- ເອກະສານຢັ້ງຢືນຕົວຕົນ: ສໍາເນົາບັດປະຈໍາຕົວ/ໜັງສືຜ່ານແດນທີ່ຍັງບໍ່ທັນໝົດອາຍຸ, ສໍາເນົາປຶ້ມສໍາມະໂນຄົວຂອງຜູ້ກູ້ໝົດທຸກຄົນ, ໃບຢັ້ງຢືນທີ່ຢູ່ (ຕົ້ນສະບັບ), ບັດປະຈຳຕົວພະນັກງານ ຫຼື ບັດປະຈຳຕົວລັດຖະກອນ;
- ເອກະສານກ່ຽວກັບຫຼັກຊັບຄໍ້າປະກັນ: ສຳເນົາໃບຕາດິນຂອບທອງທີ່ຈະເອົາມາຄໍ້າປະກັນ, ສໍາເນົາໃບຢັ້ງຢືນເງິນຝາກມີກຳນົດ(ຖ້າມີີ); ສັນຍາຊື້-ຂາຍ/ສັນຍາມັດຈໍາດິນທີ່ຈະເອົາມາເປັນຫຼັກຊັບຄໍ້າປະກັນ (ຫຼັກຖານການມັດຈໍາ), ໃບອະນຸຍາດປຸກສ້າງ (ຖ້າມີ);
- ເອກະສານຢັ້ງຢືນລາຍຮັບ-ລາຍຈ່າຍ:
- ສຳລັບພະນັກງານ ຫຼື ລັດຖະກອນ: ເອກະສານຢັ້ງຢືນເງິນເດືອນ/ສັນຍາແຮງງານ/ເອກະສານເບີກຈ່າຍເງິນເດືອນ/ໃບສະຫຼຸບການເຄື່ອນໄຫວບັນຊີ, ໃບບິນຄ່ານ້ຳຄ່າໄຟ;
- ສຳລັບເຈົ້າຂອງທຸລະກິດ: ໃບສະຫຼຸບບັນຊີປະຈຳເດີອນ 3 ເດືອນຍ້ອນຫຼັງ, ໃບສະຫຼຸບບັນຊີປະຈໍາປີ 2 ປີ(ຍ້ອນຫຼັງ), ໃບສະເໜີລາຄາ (ຖ້າມີ), ໃບບິນຊື້ເຄື່ອງເຂົ້າ, ໃບຮັບເງິນ, ສັນຍາເຊົ່າ (ຖ້າມີ), ໃບບິນຄ່ານໍ້າຄ່າໄຟ.
- ເອກະສານນິຕິກຳ: ສຳເນົາໃບອະນຸຍາດດຳເນີນທຸລະກິດ/ໃບທະບຽນວິສາຫະກິດ (ຖ້າມີ), ສຳເນົາໃບທະບຽນອາກອນ (ຖ້າມີ), ໃບຢັ້ງຢືນການມອບພັນທະອາກອນປະຈຳປີ (ຖ້າມີ);
- ເອກະສານຈຳເປັນອື່ນໆທີ່ທາງທະນາຄານຕ້ອງການ (ຖ້າມີ).
|