ຮັບສະໝັກວຽກ
ລະຫັດວຽກ:CBLJ062
ຕໍາແໜ່ງ:ພະນັກງານວິເຄາະສິນເຊື່ອ 1 ຕໍາແໜ່ງ
ສະຖານທີ່ເຮັດວຽກ:ສໍານັກງານໃຫຍ່
ລາຍລະອຽດວຽກ:

ໜ້າທີ່ ແລະ ຄວາທຮັບຜິດຊອບ
•    ການປະເມີນເງິນກູ້ພາຍໃຕ້ຄໍາແນະນໍາ ແລະ ນະໂຍບາຍທີ່ກຳນົດໄວ້ຂອງແຕ່ລະຜະລິດຕະພັນ, ແນະນໍາໃຫ້ຫົວໜ້າສາຍງານອະນຸມັດໃນໄລຍະເວລາທີ່ກໍານົດ. ການປະເມີນແມ່ນຂຶ້ນຢູ່ກັບຂະໜາດຫຼັກຊັບ, ຂະໜາດສິນເຊື່ອ, ລວມໄປເຖິງເຂດ ຂຶ້ນຢູ່ກັບຫົວໜ້າສາຍງານ.
•    ການໃຫ້ຂໍ້ສະເໜີແນະນໍາຢ່າງມືອາຊີບ, ການຕອບສະໜອງຕໍ່ສາຂາ ຫຼື ຜູ້ສະເໜີສໍາລັບການຮ້ອງຂໍນະໂຍບາຍເພີ່ມເຕີມ ຫຼື ການສອບຖາມລາຍລະອຽດການສະໝັກສິນເຊື່ອສ່ວນບຸກຄົນໃນໄລຍະເວລາທີ່ເໝາະສົມໃຫ້ດີທີ່ສຸດ.
•    ຕິດຕໍ່ສື່ສານໂດຍກົງກັບຜູ້ສະເໜີໂດຍສະເພາະເຈົ້າໜ້າທີທີ່ກ່ຽວຂ້ອງ ແລະ ຫົວໜ້າສາຍງານເພື່ອຈຸດປະສົງໃນການລວບລວມຂໍ້ມູນເພີ່ມເຕີມສໍາລັບການປະເມີນສິນເຊື່ອ ແລະ ຄໍາແນະນໍາດ້ານສິນເຊື່ອເພື່ອໃຫ້ແນ່ໃຈວ່າຈະປະຕິບັດຕາມຂໍ້ກຳນົດ.
•    ຮັກສາຄຸນນະພາບການປະເມີນຄວາມສອດຄ່ອງຢ່າງເໝາະສົມ ລວມໄປເຖິງການຊີ້ນໍາຂອງຕົນເອງພາຍໃນການປ່ຽນແປງເປົ້າໝາຍ.
•    ກໍລະນີ້ພົບເຫັນການສໍ້ໂກງ ຫຼື ບຸກຄົນທີ່ໜ້າສົງໄສ ໃຫ້ລາຍງານເຖິງຫົວໜ້າສາຍງານທັນທີ
•    ດຳເນີນການລົງພື້ນທີ່ໃນກໍລະນີທີ່ຈຳເປັນ, ລວມເຖິງກໍລະນີທີ່ໜ້າສົ່ງໄສ ແລະ ເຮັດລາຍງານການສັງເກດໃຫ້ກັບຫົວໜ້າວິເຄາະສິນເຊື່ອ ແລະ ຫົວໜ້າຝ່າຍສິນເຊື່ອ
•    ກວດສອບຂໍ້ຕົກລົງເງິນກູ້ທັງໝົດທີ່ໄດ້ຮັບຈາກທີມທຸລະກິດໃຫ້ເປັນໄປໄດ້ຕ

ຄຸນສົມບັດ:

ຄຸນສົມບັດຂອງຜູ້ສະໝັກ
•    ຈົບການສຶກສາລະດັບປະລິນຍາຕີ ໃນສາຂາ ການເງິນ-ການທະນາຄານ, ເສດຖະສາດ ຫຼື ສາຂາ ບໍລິຫານທຸລະກິດ
•    ມີປະສົບການຢ່າງໜ້ອຍ 1 ປີ ໃນວຽກງານການວິເຄາະສິນເຊື່ອ, ບໍລິຫານສິນເຊື່ອ ຫຼື ສາຂາທີ່ກ່ຽວຂ້ອງ
•    ສາມາດເວົ້າ, ຂຽນ ແລະ ຟັງພາສາອັງກິດໄດ້
•    ສາມາດໃຊ້ຄອມຜິວເຕີ (Word, PowerPoint ແລະ Excel)
•    ມີຄວາມມຸ້ງໝັ້ນ ແລະ ມີການສື່ສານທີ່ດີ
•    ສາມາດເຮັດວຽກຢູ່ພາຍໃຕ້ຄວາມກົດດັນ ແລະ ນອກເວລາໄດ້

ທ່ານໃດສົນໃຈສາມາດາສົ່ງຊີວະປະຫວັດ (CV), ຈົດໝາຍນຳ (Cover Letter) ແລະ ແບບຟອມໃບສະໝັກຂອງທະນາຄານ (ສາມາດດາວໂຫຼກໄດ້ຕາມລິຄ໌ (Link) ໃນລາຍລະອຽດຂອງໂພສ ຫຼື ເວັບໄຊຂອງພວກເຮົາ)

ສົ່ງເອກະສານມາທີ່: ພະແນກບຸກຄະລາກອນຂອງທະນາຄານ ແຄນນາເດຍ ລາວຈຳກັດ. ຫຼື

ອີເມລ໌              : career@canadiabank.com  (ຮັບເປັນໄຟລ໌ PDF ເທົ່ານັ້ນ)

ໝາຍເຫດ          :

  • ສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການຕິດຕໍ່ໃນຮອດສໍາພາດ;
  • ຕຳແໜ່ງທີ່ສະໝັກຕອ້ງໄດ້ລະບຸໄວ້ໃນຫົວຂໍ້ຂອງອີເມລ໌;
  • ເງິນເດືອນທີ່ຕ້ອງການຕ້ອງໄດ້ລະບຸໄວ້ໃນຊີວະປະຫວັດຢ່າງຊັດເຈນ.
ວັນປະກາດ:17/03/2026
ວັນປິດຮັບ:30/04/2026
ສະຖານະ:ປະກາດໃໝ່

ດາວໂຫຼດແບບຟອມສະໝັກ

ສະໝັກຕໍາແໜ່ງນີ້

ກັບໄປໜ້າຮັບສະໝັກວຽກ

 

ສຳນັກງານ Canadia Bank Lao
ທະນາຄານການເນເດຍ ລາວ ຈຳກັດ

ຖະໜນທ່າແດວ, ຫົວໜ່ວຍ 18, ບ້ານເບືອງຄະນຽງ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ. SWIFT: CADILALA
ໂທ: (+856)-21 227 999

ເບິ່ງລາຍລະອຽດ »

ສຳນັກງານ Canadia Bank Plc.
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia.
contact@canadiabank.com.kh

ເບິ່ງລາຍລະອຽດ »

ເປັນທະນາຄານທີ່ດີທີ່ສຸດໃນລາວ.

ເປັນຄູ່ຮ່ວມທີ່ດີທີ່ສຸດສໍາລັບລູກຄ້າ ແລະ ພະນັກງານ ໂດຍອະໄສຄົນ, ເຕັກໂນໂລຊີ ແລະ ການບໍລິການ.

ເຮົາສົນລົງກັບສິ່ງແວດລ້ອມທີ່ເປີດກວ້າງ ທີ່ສົງສົມຄ່າຂອງການປ່ຽນແປງ ແລະ ຄວາມສ້າງສັນ ພ້ອມກັບຄຸນຄ່າພື້ນຖານ: ຄວາມໄວ້ວາງໃຈ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງໝັ້ນສູ່ຜົນງານ.