ຮ່ວມງານກັບພວກເຮົາ
ລະຫັດ: CBLJ037
ຕໍາແໜ່ງ: ພະນັກງານສິນເຊື່ອ, 05 ຕຳແໜ່ງ
ສະຖານທີ່ເຮັດວຽກ: ສໍານັກງານໃຫຍ່
ລາຍລະອຽດ:
ເງື່ອນໄຂ:

ຜູ້ສະໝັກຕ້ອງມີຄຸນສົມບັດດັ່ງນີ້:

  • ຈົບການສຶກສາຊັ້ນສູງຂຶ້ນໄປໃນສາຂາການເງິນ ແລະ ທະນາຄານ, ການບໍລິຫານທຸລະກິດ ຫຼື ສາຂາວິຊາທີ່ກ່ຽວຂ້ອງ
  • ຜູ້ບໍ່ມີປະສົບການກໍສາມາດສະໝັກໄດ້ ແລະ ຍິນດີຮັບນັກສຶກສາຈົບໃໝ່
  • ມີທັກສະໃນການສື່ສານ ແລະ ມະນຸດສຳພັນດີ
  • ສາມາດພັກດັນຜົນການດຳເນີນງານດ້ານສິນເຊື່ອ ແລະ ການບໍລິການລູກຄ້າທີ່ມຸ້ງໝັ້ນ
  • ມີຄວາມຊື່ສັດ ແລະ ຄວາມກະຕືລືລົ້ນ;
  • ມີຄວາມຮູ້ກ່ຽວກັບກົດຫມາຍ, ກົດລະບຽບໃນຂະແໜງທະນາຄານ ແລະ ທຸລະກິດໃນລະດັບໃດໜຶ່ງ;
  • ມີຄວາມຮູ້ຄວາມເຂົ້າໃຈພື້ນຖານກ່ຽວກັບຂະບວນການກູ້ຢືມເງິນ, ການເກັບຂໍ້ມູນຂອງລູກຄ້າ ແລະ ຄວາມສ່ຽງດ້ານສິນເຊື່ອ;
  • ສາມາດເຮັດວຽກພາຍໃຕ້ຄວາມກົດດັນ ແລະ ກໍານົດເວລາໄດ້ດີ;
  • ສາມາດເວົ້າ ແລະ ຂຽນພາສາອັງກິດໄດ້ດີ.

ທ່ານໃດສົນໃຈສາມາດາສົ່ງຊີວະປະຫວັດ (CV), ຈົດໝາຍນຳ (Cover Letter) ແລະ ແບບຟອມໃບສະໝັກຂອງທະນາຄານ (ສາມາດດາວໂຫຼກໄດ້ຕາມລິຄ໌ (Link) ໃນລາຍລະອຽດຂອງໂພສ ຫຼື ເວັບໄຊຂອງພວກເຮົາ)

ສົ່ງເອກະສານມາທີ່: ພະແນກບຸກຄະລາກອນຂອງທະນາຄານ ແຄນນາເດຍ ລາວຈຳກັດ. ຫຼື

ອີເມລ໌ : career@canadiabank.com  (ຮັບເປັນໄຟລ໌ PDF ເທົ່ານັ້ນ)

ໝາຍເຫດ:

  • ສະເພາະຜູ້ສະໝັກທີ່ຜ່ານການຄັດເລືອກເທົ່ານັ້ນທີ່ຈະໄດ້ຮັບການຕິດຕໍ່ໃນຮອດສໍາພາດ;
  • ຕຳແໜ່ງທີ່ສະໝັກຕອ້ງໄດ້ລະບຸໄວ້ໃນຫົວຂໍ້ຂອງອີເມລ໌;
  • ເງິນເດືອນທີ່ຕ້ອງການຕ້ອງໄດ້ລະບຸໄວ້ໃນຊີວະປະຫວັດຢ່າງຊັດເຈນ.
ວັນທີປະກາດ: 13/03/2024
ປິດຮັບ: 13/05/2024
ສະຖານະ: ປະກາດໃໝ່

ດາວໂຫລດແບບຟອມສະໝັກງານ

 

Canadia Bank Lao Ltd. Heaf Office
ທະນາຄານ ແຄນນາເດຍລາວ ຈໍາກັດ.

ໜ່ວຍ 7, ຖະໜົນປາງຄໍາ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ. ລະຫັດ SWIFT: CADILALA ໂທລະສັບ: (+856)-21 227 999

ເພີ່ມເຕີມ »

 
Canadia Bank Plc. Head Office
Canadia Bank Plc.

315 Preah Ang Duong, Street 110, 12000 Phnom Penh, Cambodia. contact@canadiabank.com.kh

ເພີ່ມເຕີມ »

 

ໃຫ້ໄດ້ຮັບການຍອມຮັບວ່າເປັນທະນາຄານທີ່ດີທີ່ສຸດໃນປະເທດລາວ.

ເປັນຄູ່ຮ່ວມງານທີ່ດີທີ່ສຸດກັບລູກຄ້າ ແລະ ພະນັກງານຂອງພວກເຮົາ ໂດຍໃຊ້ປະໂຫຍດຈາກບຸກຄະລາກອນ, ເຕັກໂນໂລຊີແລະ ການສົ່ງມອບບໍລິການຂອງພວກເຮົາ.

ພວກເຮົາຈະເລີນເຕີບໂຕໃນສະພາບແວດລ້ອມທີ່ເປີດກວ້າງຊຶ່ງເຫັນຄຸນຄ່າຂອງຈິດວິນຍານຂອງນະວັດຕະກຳ, ຄວາມກ້າວໜ້າ ແລະ ການປ່ຽນແປງ, ໃນຂະນະດຽວກັນກໍຍອມຮັບ ຄ່ານິຍົມຫຼັກຂອງຄວາມໄວ້ວາງໃຈ, ຄວາມເປັນເຈົ້າຂອງ ແລະ ການຂັບເຄື່ອນຢ່າງມີປະສິດທິພາບ.