ຄວາມຝັນໃນການຄອບຄອງລົດຄັນໃໝ່ຂອງທ່ານ ຈະກາຍເປັນຈິງໂດຍຜະລິດຕະພັນເງິນກູ້ລົດຂອງທະນາຄານ ແຄນນາເດຍ ລາວ ຈໍາກັດ ໃນອັດຕາດອກເບ້ຍທີ່ໜ້າດຶງດູດໃຈ ແລະ ຂັ້ນຕອນການອະນຸມັດວ່ອງໄວງ່າຍດາຍ.
ອັດຕາດອກເບ້ຍ
- ນຳໃຊ້ລົດເປັນຫຼັກຊັບຄ້ຳປະກັນ
| ອັດຕາສ່ວນຈ່າຍກ່ອນ (%) |
ອັດຕາດອກເບ້ຍຕ່ໍເດືອນ (%) |
| 30 |
0.65 |
| 40 |
0.64 |
| 50 |
0.59 |
| 60 |
0.58 |
| 70 |
0.57 |
- ນຳໃຊ້ໃບຕາດິນຂອບທອງເປັນຫຼັກຊັບຄ້ຳປະກັນ
| ອັດຕາສ່ວນຂອງວົງເງິນກູ້ຕໍ່ມູນຄ່າຫຼັກຊັບ (%) |
ດອກເບ້ຍຕ່ໍເດືອນ (%) |
| 30 - 40 |
0.60 |
| 40.01 - 50 |
0.59 |
| 50.01 - 60 |
0.58 |
| 60.01 - 70 |
0.57 |
| 70.01 - 99.99 |
0.56 |
| 100 |
0.56 |
ວົງເງິນກູ້ຢືມ
- ສູງສຸດເຖິງ 500 ລ້ານກີບ ຫຼື ທຽບເທົ່າກັບ 50.000 ໂດລາສະຫະລັດ;
- ຜູ້ກູ້ຢືມໜຶ່ງລາຍສາມາດກູ້ຢືມເງິນ ເພື່ອຊື້ລົດໄດ້ຫຼາຍບ້ວງ, ແຕ່ລວມຍອດວົງເງິນກູ້ຢືມທັງໝົດ ແມ່ນຕ້ອງບໍ່ເກີນ 1 ຕື້ກີບ ຫຼື ທຽບເທົ່າກັບ 100.000 ໂດລາສະຫະລັດ;
- ຜູ້ຄ້ຳປະກັນສາມາດຄ້ຳປະກັນເງິນກູ້ລົດຫຼາຍບ້ວງ ແຕ່ລວມຍອດວົງເງິນກູ້ຢືມທັງໝົດ ແມ່ນຕ້ອງບໍ່ເກີນ 1 ຕື້ກີບ ຫຼື ທຽບເທົ່າກັບ 100.000 ໂດລາສະຫະລັດ.
ຄ່າທຳນຽມ ແລະ ຄ່າປະເມີນຫຼັກຊັບ
- 2% ຂອງວົງເງິນກູ້ຢືມ ຫຼື ຂັ້ນຕ່ຳ 250 ໂດລາ ໃນກໍລະນີທີ່ 2% ຂອງວົງເງິນກູ້ຢືມນັ້ນ ນ້ອຍກວ່າ 250 ໂດລາ ຫຼື ທຽບເທົ່າ.
ວິທີຊຳລະເງິນ
- ຊຳລະໃນຈຳນວນເທົ່າກັນ (ຕົ້ນທຶນ + ດອກເບ້ຍ) ຕັ້ງແຕ່ຕົ້ນຈົນຮອດທ້າຍງວດ.
ເອກະສານທີ່ປະກອບເບື້ອງຕົ້ນ
- ສຳລັບພະນັກງານ ຫຼື ລັດຖະກອນ: ບັດປະຈໍາຕົວ/ໜັງສືຜ່ານແດນທີ່ຍັງບໍ່ທັນໝົດອາຍຸ, ບັດປະຈຳຕົວພະນັກງານ ຫຼື ລັດຖະກອນ, ປຶ້ມສຳມະໂນຄົວ/ບັດອະນຸຍາດພັກເຊົາ, ໃບຂັບຂີ່ທີ່ຍັງບໍ່ທັນໝົດອາຍຸ(ຖ້າມີ), ໃບຢັ້ງຢືນທີ່ຢູ່ບັນຈຸບັນ (ຕົ້ນສະບັບ), ສັນຍາແຮງງານ, ໃບຢັ້ງຢືນພະນັກງານ/ເອກະສານເບີກຈ່າຍເງິນເດືອນ/ໃບສະຫຼຸບການເຄື່ອນໄຫວບັນຊີ ແລະ/ຫຼື ເອກະສານອື່ນໆທີ່ກ່ຽວຂ້ອງ (ຕ້ອງຜ່ານຊ່ວງທົດລອງວຽກຢ່າງໜ້ອຍ 6 ເດືອນ);
- ສຳລັບເຈົ້າຂອງທຸລະກິດ: ບັດປະຈໍາຕົວ/ໜັງສືຜ່ານແດນທີ່ຍັງບໍ່ທັນໝົດອາຍຸ, ປຶ້ມສຳມະໂນຄົວ/ບັດອະນຸຍາດພັກເຊົາ, ໃບຂັບຂີ່ທີ່ຍັງບໍ່ທັນໝົດອາຍຸ (ຖ້າມີ), ໃບຢັ້ງຢືນທີ່ຢູ່ປັດຈຸບັນ (ຕົ້ນສະບັບ), ໃບທະບຽນວິສາຫະກິດ(ຖ້າມີ),ໃບທະບຽນອາກອນ (ຖ້າມີ), ໃບຢັ້ງຢືນການເສຍອາກອນປະຈໍາປີ (ຖ້າມີ), ໃບລາຍງານຜົນໄດ້ຮັບຢ່າງໜ້ອຍ 6 ເດືອນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງກັບທຸລະກິດ (ຖ້າມີ).